ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານາທິບໍດີ​ອູ​ແກຣນ ປະຕິເສດ​ການ​ເຈລະຈາ​ ສັນຕິພາບ​ກັບ ຣັດ​ເຊຍ

     ວິທະຍຸ​ກະຈາຍສຽງ​ຫວຽດນາມ  ເປີດເຜີຍ​ ວັນ​ທີ 4 ພະຈິກ ວ່າ: ໃນ​ການ​ປະຊຸມ​ຖະແຫຼງ​ຂ່າວ​ຢູ່ ກີ​ແອບ ກັບ​ ທ່ານ​ ນາງ ເອີ​
ຊູ​ລາວອນ ເດ​ເລ​ເຢນ ປະທານ​ຄະນະ​ກຳມະການ​ ເອີ​ຣົບ, ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລນ​ສະ​ກີ ປະທານາທິບໍດີ ອູ​ແກຣນ ໄດ້​ຍົກເລີກ​ກໍ
ລະນີ​ດຳເນີນ​ການ​ເຈລະຈາ​ສັນຕິພາບ ກັບ​ຣັດ​ເຊຍ.

     ທ່ານ​ປະທານາທິບໍດີ ອູ​ແກຣນ ປະຕິເສດ​ຂໍ້​ມູນ​ຂ່າວ​ທີ່​ຖື​ວ່າ ບັນດາ​ປະເທດ​ຝ່າຍ​ຕາເວັນຕົກ​ ພວມ​ສ້າງ​ຄວາມ​ກົດ​ດັນບັງຄັບ​ໃຫ້​
ທ່ານ​ຕ້ອງ​ເລີ່ມ​ດຳເນີນ​ການ​ເຈລະຈາ​ກັບ ຣັດ​ເຊຍ. ໂດຍ​ໃຫ້​ຄຳ​ວິຈານ​ກ່ຽວ​ກັບ​ຖະແຫຼງການ​ຂອງ ​ທ່ານ ວາ​ແລ​ຣີ ຊາ​ລຸ​​ສ​ນີ ລັດຖະມົນ
ຕີ​ກະຊວງ​ປ້ອງ​ກັນ​ປະເທດ ທັງ​ເປັນ​ຜູ້​ບັນຊາ​ການ​ໃຫຍ່​ກອງທັບ ອູ​ແກຣນ ກ່າວ​ເຖິງ​ສະພາບ​ການ​ຢູ່​ສະໜາມຮົບ​ແມ່ນ “ບໍ່​ມີ​ທາງ​ອອກ”,
ຜູ້ນຳ​ອູ​ແກຣນ ກ່າວ​ຕື່ມ​ວ່າ: ກີ​ແອບ ເຄີຍ​ປະ​ເຊີນ​ໜ້າ​ກັບ​ບັນດາ​ເງື່ອນໄຂ​ຫຍຸ້ງຍາກ​ກວ່າ​ອີກ, ໂດຍ​ສະເພາະ​ແມ່ນ​ຈຸດ​ເວລາ​ເລີ່ມ​ເກີດ​
ການ​ປະ​ທະ​ກັນ. ທ່ານ​ເນັ້ນ​ໜັກ​ວ່າ: ບັນຫາ​ໜັກໜ່ວງ​ໃນ​ປະຈຸ​ບັນ​ແມ່ນ ຣັດ​ເຊຍ ຄວບ​ຄຸມ​ເຂດ​ນ່ານ​ຟ້າ​ເອົາ​ໄວ້ ແລະ ມາດ​ຕະການ​ແກ້​
ໄຂ​ບັນຫາ​ນີ້ ​ແມ່ນຝ່າຍ​ພັນທະ​ມິດ​ຄວນ​ສະໜອງ​ເຮືອບິນ​ສູ້​ຮົບ F-16 ໃຫ້ ກີ​ແອບ.

     ນອກ​ນັ້ນ, ຜູ້ນຳ ​ອູ​ແກຣນ ຍັງ​ຍອມຮັບ​ວ່າ: ການ​ປະ​ທະ​ກັນ​ຢູ່​ຕາເວັນ​ອອກ​ກາງ ເຮັດ​ໃຫ້​ຄວາມ​ສົນໃຈ​ຂອງ​ປະຊາ​ຄົມ​ສາກົນ​ຕໍ່ ​ອູ​
ແກຣນ ຫຼຸດ​ລົງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/11/2023